ທິມງານບໍລິສັດ ລົງແນະນຳການນຳໃຊ້ລະບົບຄຸມຄອງບໍລິຫານໂຮງຮຽນ ໃຫ້ແກ່ຄູອາຈານ ໂຮງຮຽນ ແສງສະຫວັນ ສາຂາ ຊຳເກດ ເພື່ອຫັນສູ່ຄວາມສະດວກສະບາຍໃນການຈັດການບໍລີຫານວຽກງານ ໃນເມື່ອກ່ອນຫຍຸ້ງຍາກສັບສົນ ເຮັດວຽກຊ້ຳຊ້ອນ ເຮັດໃຫ້ຊັກຊ້າບໍ່ທັນກັບຄວາມຕ້ອງການກັບວຽກອັນເລັ່ງດວນ. ຕໍ່ຈາກນີ້ທ່ານບໍ່ຕ້ອງກັງວົນ ພຽງແຕ່ທ່ານມານຳໃຊ້ແອັບ ຊີໄອທີ ສະຄູນ ຂອງພວກເຮົາ ທ່ານຈະຕິດຕາມກວດວຽກງ່າຍຂື້ນ ເປັນຕົ້ນ: ຜູ້ບໍລິຫານ ສາມາດຕິດຕາມການເຂົ້າ-ອອກ ຄູອາຈານ ແລະ ນັກຮຽນ, ເບີ່ງລາຍຮັບ - ລາຍຈ່າຍ, ການຄ້າງຊຳລະຄ່າຮຽນ, ຕິດຕາມຜົນການສອບເສັງ ປະຈຳເດືອນ ປີ ຕິດຕາມການສອນ, ການເອີ້ນຮັບລູກແຕ່ລະວັນ ອື່ນໆ. ເບື່ອງຄູອາຈານ ການແຕ່ງບົດສອນ. ກຳນົດວິຊາສອນ ແລະ ຊົ່ວໂມງສອນ. ການໃຫ້ຄະແນນ. ການໃຫ້ຄະແນນຜົນສອບເສັງ ອື່ນໆ. ເບື່ອງຜູ້ປົກຄອງສາມາດຮັບຮູ້ລູກຂອງຕົນເອງຂື້ນຫ້ອງຮຽນ, ຮູ້ຄະແນນຜົນສອບເສັງລູກຂອງຕົນເອງ. ການຕັດຕະແນນການປະພຶດ ຫລື ຄຸນສົມບັດ, ຮັບຮູ້ການຄ້າງຊຳລະຄ່າຮຽນຂອງລູກແຕ່ລະເດືອນ. ທຸກຢ່າງແມ່ນນຳໃຊ້ແອັບຜ່ານໂທລະສັບ ສະດວກປະຫຍັດເວລາ ຮູ້ຜົນສອບເສັງໄວ້ຫລາຍເທົ່າໂດຍຕິດຕາມຜ່ານໂທລະສັບ.